ແຜ່ນອະນາໄມ JUSBEYU ຂະໜາດ 350 ມມ ແບບໃສ່ກາງຄືນ 6 ແຜ່ນ

₭0.00

ຂະໜາດ
ພວກເຮົາໄດ້ພັດທະນາຜະລິດຕະພັນເພື່ອຕອບສະໜອງຄວາມຕ້ອງການຂອງແມ່ຍິງໃນຊ່ວງມີປະຈຳເດືອນ ນຳສະເໜີແຜ່ນອະນາໄມນີ້ດ້ວຍເທັກໂນໂລຢີ ແລະ ດີໄຊນ໌ທີ່ສວຍງາມ. ໂຄງສ້າງຫຼັກກັກນ້ຳແບບ 3D ຊ່ວຍໃຫ້ພໍດີກັບຮ່າງກາຍ ແລະ ປົກປ້ອງໄດ້ດີກວ່າ ເຮັດໃຫ້ທ່ານຮູ້ສຶກປອດໄພ ແມ້ແຕ່ຈະປ່ຽນທ່າຢ່າງໃດກໍຕາມ.
ເທັກໂນໂລຢີກະຈາຍນ້ຳທົ່ວຜິວ ແລະ ຊັ້ນໜ້າທີ່ອ່ອນນຸ່ມພິເສດ ປະສົມປະສານຄວາມອ່ອນໂຍນ ແລະ ປະສິດທິພາບຢ່າງສົມບູນ. ສາມາດດູດຊຶມຂອງແຫຼວໄດ້ທັນທີ ທ່ານຈະຮູ້ສຶກແຫ້ງ ແລະ ອ່ອນລຽບ ບໍ່ມີຄວາມບໍ່ສະບາຍໃດໆ.
ຄວາມຮູ້ສຶກຄືບໍ່ມີສິ່ງໃດຕິດຕົວ ແມ່ນຄວາມສະດວກສະບາຍສູງສຸດທີ່ພວກເຮົາມອບໃຫ້. ຜະລິດຕະພັນເບົາບາງ ບໍ່ເຫັນຮູບພາຍໃນ ເຮັດໃຫ້ທ່ານດຳເນີນຊີວິດໄດ້ຢ່າງບໍ່ມີຂໍ້ຈຳກັດ ໃນຊ່ວງມີປະຈຳເດືອນ.
ນີ້ບໍ່ພຽງແຕ່ແຜ່ນອະນາໄມ ທີ່ຍັງເປັນການສະແດງດີໄຊນ໌ທີ່ທັນສະໄໝ ສ້າງຂຶ້ນເພື່ອທ່ານໂດຍສະເພາະ.

ແກນດູດຊຶບລັອກ 3 ມິຕິ
ອອກແບບແກນດູດຊຶບລັອກແບບລອຍຕົວ 3 ມິຕິ ຊັ້ນດູດຊຶບກວ້າງກວ່າ 2.4 ຊັງຕີແມັດ ຄວາມສາມາດດູດຊຶບສູງຂຶ້ນ 30%. ໂຄງສ້າງຍົກສູງພໍດີກັບເສັ້ນໂຄ້ງຮ່າງກາຍ ດີຂຶ້ນໃນການປ້ອງກັນນ້ຳໄຫຼຮົ່ວທາງຂ້າງ ໃສ່ໝັ້ນໃຈທຸກສະຖານະການ


ເທັກໂນໂລຍີນຳໄຫຼທົ່ວພື້ນຜິວ
ມີຊ່ອງທາງນຳໄຫຼແບບໃໝ່ ຊ່ວຍເລັ່ງການດູດຊຶບລົງລຸ່ມ ຮັກສາພື້ນຜິວໃຫ້ແຫ້ງສະເຫມີ ເພີ່ມຄວາມສະບາຍໃນການໃສ່


ອ່ອນນຸ່ມພິເສດ
ຊັ້ນຜິວນອກອ່ອນລະອຽດຄືຂົນປີກນົກ ສຳຜັດລຽບນຽນ ອ່ອນໂຍນຕໍ່ຜິວໜັງ


ຮູ້ສຶກເກືອບບໍ່ມີຕົວຕົນ
ອອກແບບບາງພິເສດ ພ້ອມດີໄຊຮູບ U ພິເສດ ໃສ່ບໍ່ໂດດເດັ່ນ ຮູ້ສຶກເກືອບບໍ່ມີສິ່ງໃດຕິດຕົວ ປົກປ້ອງໄດ້ຍາວນານ

ແຜ່ນອະນາໄມ JUSBEYU ຂະໜາດ 350 ມມ ແບບໃສ່ກາງຄືນ 6 ແຜ່ນ

₭0.00

₭0.00

ຄຳຖາມທີ່ພົບເລື້ອຍໆ

ຊັ້ນໜ້າເຮັດຈາກຜ້າໃຍບໍ່ທໍລະດັບພຣີມຽມ ອ່ອນນຸ່ມຄືຝ້າຍ ອ່ອນໂຍນເປັນມິດກັບຜິວ ມີຊ່ອງທາງຊ່ວຍນຳໄຫຼ ເລັ່ງດູດຊຶບເລືອດປະຈຳເດືອນໄດ້ໄວ ຮັກສາພື້ນຜິວໃຫ້ແຫ້ງສະເຫມີ.

ຂະໜາດປະຈຳວັນ 245 ມມ:ເໝາະໃສ່ກາງເວັນ ເວລາມີປະລິມານເລືອດໜ້ອຍ
ຂະໜາດຍາວພິເສດ 290 ມມ:ເໝາະໃສ່ກາງເວັນທີ່ມີເລືອດຫຼາຍ ຫຼືນັ່ງຢູ່ດົນໆ
ຂະໜາດກາງຄືນ 350 ມມ:ເໝາະໃສ່ນອນຕອນກາງຄືນ ປ້ອງກັນນ້ຳໄຫຼຮົ່ວທາງຫຼັງໄດ້ດີ

ໄດ້ ຜະລິດຕະພັນມີໂຄງສ້າງດູດຊຶບແບບ 3 ມິຕິ ແລະ ຂອບກັນຮົ່ວທາງຂ້າງ 3 ມິຕິ ຄວາມສາມາດດູດຊຶບສູງກວ່າປົກກະຕິຫຼາຍກວ່າ 30% ວັດສະດຸຍືດຫຍຸ່ນເຂົ້າຮ່າງກາຍຕາມການເຄື່ອນໄຫວ ປ້ອງກັນການຮົ່ວໄຫຼທາງຂ້າງໄດ້ຢ່າງມີປະສິດທິພາບ

ບໍ່ອຶດອັດ ຊັ້ນລຸ່ມໃຊ້ຟິມລະບາຍອາກາດ ມີຮູລະບາຍອາກາດຫຼາຍຊ່ວຍໃຫ້ອາກາດໄຫຼວຽນດີ ຊ່ວຍຫຼຸດຜ່ອນຄວາມອຶດອັດໄດ້ດີ

ເໝາະ ຜະລິດຕະພັນຜະລິດຂຶ້ນມາສຳລັບຜິວທີ່ແພ້ງ່າຍ ບໍ່ມີສານເຄມີເພີ່ມເຊັ່ນ ສານເຮັດໃຫ້ສີສະຫວ່າງ ສານກິ່ນຫອມ ແລະ ສານລະຄາຍອື່ນໆ ຊັ້ນໜ້າອ່ອນໂຍນບໍ່ກໍ່ໃຫ້ເກີດອາການລະຄາຍຜິວ

ບໍ່ມີ ເຮົາໃຊ້ກາວລະດັບອາຫານ ທີ່ເປັນມິດກັບສິ່ງແວດລ້ອມ ຄວາມໜຽວພໍດີ ຕິດກັບຊຸດຊັ້ນໃນຢ່າງແໜ້ນ ຖອດອອກງ່າຍບໍ່ຍາກ ແລະບໍ່ມີເສດກາວຕົກຄ້າງໄວ້ເລີຍ

ແນະນຳໃຫ້ເອົາຜ້າອະນາໄມທີ່ຍັງເຫຼືອໃສ່ຖົງບັນຈຸເດີມ ປິດປາກຖົງໃຫ້ແໜ້ນ ແລ້ວເກັບໄວ້ໃນບ່ອນທີ່ເຢັນແຫ້ງ ຫ່າງໄກແສງແດດໂດຍກົງແລະຄວາມຊຸ່ມຊື່ນ